ທຶນການສຶກສາ PEF ແມ່ນສຳລັບໃຜ?
ຖ້າທ່ານເປັນສະມາຊິກທີ່ຊື່ສັດຂອງສາດສະໜາຈັກທີ່ກຳລັງຊອກຫາວິທີທີ່ຈະເພິ່ງຕົນເອງຫລາຍຂຶ້ນ ຫລື ຕ້ອງການລ້ຽງດູຄອບຄົວຂອງທ່ານໃຫ້ດີຂຶ້ນ, ແລະ ຂາດເງິນທຶນທີ່ຈຳເປັນເພື່ອຈ່າຍຄ່າຝຶກອົບຮົມ ຫລື ຫລັກສູດ, ໂຄງການ PEF ອາດຈະຊ່ວຍໃຫ້ທ່ານບັນລຸເປົ້າໝາຍຂອງທ່ານໄດ້. ນີ້ແມ່ນຕົວຢ່າງຂອງບຸກຄົນທີ່ອາດຈະໄດ້ຮັບຜົນປະໂຫຍດຈາກໂຄງການ:
- ແມ່ລ້ຽງດ່ຽວທີ່ພະຍາຍາມລ້ຽງດູລູກໆ.
- ພໍ່ໃນໄວກາງຄົນຜູ້ທີ່ຕົກງານ ແລະ ກຳລັງຊອກຫາວິທີທີ່ຈະປັບປຸງທັກສະ.
- ໜຸ່ມໂສດທີ່ກຳລັງປະສົບກັບບັນຫາທາງການເງິນ.
- ຜູ້ສອນສາດສະໜາທີ່ຫາກໍກັບມາຈາກການເຜີຍແຜ່ ຜູ້ທີ່ຕ້ອງການວຽກທີ່ດີກວ່າເພື່ອກະກຽມຄອບຄົວໃນອະນາຄົດ.
- ພໍ່ໜຸ່ມທີ່ຕ້ອງເຮັດວຽກເພີ່ມເວລາ ຫລື ວຽກອື່ນໆເພື່ອເບິ່ງແຍງຄອບຄົວ.
ເປັນຫຍັງຂ້ອຍຈຶ່ງຄວນພິຈາລະນາທຶນການສຶກສາ PEF?
ດ້ວຍທຶນການສຶກສາ PEF, ທ່ານສາມາດໄດ້ຮັບການສຶກສາໃນປະເທດ ແລະ ພາສາຂອງທ່ານ, ໄດ້ຮັບທັກສະທີ່ເປັນທີ່ຕ້ອງການໃນທ້ອງຖິ່ນ, ເຮັດວຽກງານໃນວຽກທີ່ດີກວ່າ, ແລະ ກາຍເປັນຄົນທີ່ເພິ່ງຕົນເອງໄດ້ຫລາຍຂຶ້ນ. ເມື່ອທ່ານມີຄວາມເພິ່ງຕົນເອງຫລາຍຂຶ້ນ, ທ່ານຈະສາມາດລ້ຽງດູຄອບຄົວຂອງທ່ານໄດ້ດີຂຶ້ນ, ຮັບໃຊ້ໃນສາດສະໜາຈັກ, ແລະ ປະກອບສ່ວນໃນຊຸມຊົນຂອງທ່ານໄດ້ດີຂຶ້ນ.
ໂຄງການ PEF ຖືກອອກແບບມາເພື່ອລົບລ້າງອຸປະສັກຕໍ່ການເພິ່ງຕົນເອງ ແລະ ໃຫ້ຄວາມຫວັງແກ່ຜູ້ທີ່ຂັດສົນ. ໂປຣແກຣມ:
- ຫລຸດຜ່ອນພາລະດ້ານການເງິນສຳລັບທຶນການສຶກສາຂອງທ່ານໂດຍການໃຫ້ທຶນການສຶກສາ.
- ເປີດໂອກາດທີ່ຈະມີວຽກເຮັດງານທຳໃໝ່ໂດຍການໃຫ້ການສະໜັບສະໜູນດ້ານການເງິນສຳລັບການຝຶກອົບຮົມດ້ານການສຶກສາທີ່ໄດ້ຮັບການອະນຸມັດຫລາກຫລາຍປະເພດ.
- ເຮັດໃຫ້ເປົ້າໝາຍທາງດ້ານການເງິນສ່ວນຕົວ ແລະ ການເພິ່ງຕົນເອງຢູ່ໃນຂອບເຂດທີ່ສາມາດບັນລຸໄດ້ ໂດຍການໃຫ້ເສັ້ນທາງແກ່ທ່ານເພື່ອປັບປຸງທັກສະຂອງທ່ານ.
- ເສີມສ້າງຄວາມສຳພັນຂອງທ່ານກັບພຣະເຢຊູຄຣິດ ໃນຂະນະທີ່ທ່ານພະຍາຍາມຢ່າງຊື່ສັດເພື່ອປັບປຸງທັກສະ ແລະ ສະພາບການທາງໂລກຂອງທ່ານ
ຂ້ອຍມີຄຸນສົມບົດສຳລັບທຶນການສຶກສາ PEF ບໍ?
ເພື່ອຮັບທຶນການສຶກສາ PEF, ທ່ານຕ້ອງມີຄຸນສົມບັດກົງກັບເງື່ອນໄຂດັ່ງຕໍ່ໄປນີ້:
- ທ່ານມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ.
- ທ່ານຕ້ອງການວຽກເຮັດງານທຳທີ່ດີກວ່າເພື່ອລ້ຽງດູຕົວທ່ານເອງ ແລະ ຄອບຄົວຂອງທ່ານ.
- ທ່ານບໍ່ສາມາດຈ່າຍຄ່າຮຽນ ຫລື ຄ່າໃຊ້ຈ່າຍອື່ນໆທີ່ຈຳເປັນເພື່ອຮຽນຮູ້ທັກສະທີ່ດີກວ່າ ຊຶ່ງຈະນຳໄປສູ່ໂອກາດທີ່ຈະມີວຽກເຮັດງານທຳທີ່ດີກວ່າ.
- ທ່ານຕັ້ງໃຈທີ່ຈະຮຽນໃຫ້ສຳເລັດ, ຊອກຫາວຽກເຮັດງານທຳ ຫລື ເລີ່ມຕົ້ນທຸລະກິດທີ່ນຳໄປສູ່ການເພິ່ງຕົນເອງ.
ຖ້າທ່ານບໍ່ມີຄຸນສົມບັດສຳລັບທຶນການສຶກສາ PEF ຫລື ຕັດສິນໃຈວ່າໂຄງການດັ່ງກ່າວບໍ່ເໝາະສົມກັບທ່ານ, ສາດສະໜາຈັກຈະສະເໜີແຫລ່ງຊ່ວຍເຫລືອອື່ນໆທີ່ສາມາດຊ່ວຍໃຫ້ທ່ານໄດ້ຮັບການສຶກສາ ແລະ ບັນລຸການເພິ່ງຕົນເອງໄດ້. ໜຶ່ງໃນແຫລ່ງຊ່ວຍເຫລືອເຫລົ່ານີ້ແມ່ນ BYU–Pathway Worldwide, ຊຶ່ງໃຫ້ການເຂົ້າເຖິງການຮຽນຮູ້ທາງອອນລາຍທີ່ມີລາຄາບໍ່ແພງ ແລະ ມີຢູ່ໃນຫລາຍກວ່າ 180 ປະເທດ.
ໝາຍເຫດ: ຖ້າທ່ານໂສດອາຍຸລະຫວ່າງ 18 ຫາ 30 ປີ, ທ່ານຈະຖືກຮ້ອງຂໍໃຫ້ ເຂົ້າຮ່ວມສະຖາບັນ ໃນຂະນະທີ່ຮຽນໂດຍໃຊ້ທຶນການສຶກສາ PEF.
ທ່ານຈະປຶກສາຫາລືຫົວຂໍ້ເຫລົ່ານີ້ເມື່ອພົບກັບອະທິການຂອງທ່ານເປັນສ່ວນໜຶ່ງຂອງຂະບວນການສະໝັກ.
ຂ້ອຍສາມາດໄດ້ຮັບການສຶກສາປະເພດໃດຜ່ານ PEF?
ກອງທຶນການສຶກສາຢ່າງຕໍ່ເນື່ອງໃຫ້ທຶນການສຶກສາສຳລັບການຝຶກອົບຮົມດ້ານການສຶກສາທີ່ໄດ້ຮັບການອະນຸມັດຫລາກຫລາຍປະເພດສຳລັບທັກສະທີ່ເປັນທີ່ຕ້ອງການໃນທ້ອງຖິ່ນ. ທ່ານສາມາດໃຊ້ທຶນການສຶກສາ PEF ສຳລັບ:
- ໂຄງການດ້ານວິຊາການ ແລະ ວິຊາຊີບ.
- ໂຄງການ ແລະ ໃບຢັ້ງຢືນວິຊາຊີບ.
- ປະລິນຍາມະຫາວິທະຍາໄລ, ສຳລັບທັກສະທີ່ເປັນທີ່ຕ້ອງການສູງໃນທ້ອງຖິ່ນ.
ມີໂຄງການການສຶກສາບາງຢ່າງທີ່ແນະນຳບໍ?
ຈຸດປະສົງຂອງກອງທຶນການສຶກສາຢ່າງຕໍ່ເນື່ອງແມ່ນເພື່ອຊ່ວຍສະມາຊິກຂອງສາດສະໜາຈັກໃຫ້ບັນລຸການເພິ່ງຕົນເອງ. ສຳລັບສະມາຊິກສ່ວນຫລາຍ, ໂຄງການດ້ານວິຊາການ ແລະ ວິຊາຊີບທີ່ສັ້ນກວ່າໃນພື້ນທີ່ຂອງເຂົາເຈົ້າແມ່ນເສັ້ນທາງທີ່ໄວ ແລະ ລາຄາຖືກທີ່ສຸດໃນການເພິ່ງຕົນເອງ.
ຖ້າທ່ານຕ້ອງການວຽກທີ່ດີກວ່າ ແລະ ມີລາຍໄດ້ດີກວ່າດຽວນີ້—ຫລື ຖ້າວຽກງານໃນທ້ອງຖິ່ນຮຽກຮ້ອງໃຫ້ທ່ານສຳເລັດໂຄງການທີ່ໄດ້ຮັບການຮັບຮອງໃນປະເທດຂອງທ່ານ—ທ່ານຄວນພິຈາລະນາລົງທະບຽນໃນໂຄງການການສຶກສາທີ່ໄດ້ຮັບການອະນຸມັດໂດຍໃຊ້ທຶນການສຶກສາ PEF.
ຂ້ອຍສາມາດລົງທະບຽນສຳລັບໂຄງການການສຶກສາໃດກໍໄດ້ບໍ?
ທ່ານສາມາດໃຊ້ທຶນການສຶກສາ PEF ສຳລັບໂຄງການການສຶກສາໃນບັນຊີລາຍຊື່ທີ່ໄດ້ຮັບການອະນຸມັດຈາກ PEF. ທ່ານສາມາດເຂົ້າເຖິງບັນຊີລາຍຊື່ທີ່ໄດ້ຮັບການອະນຸມັດຜ່ານທາງຜູ້ຈັດການສະຫວັດດີການ ແລະ ການເພິ່ງຕົນເອງຂອງທ່ານຫລັງຈາກທີ່ທ່ານໄດ້ປະກອບແບບຟອມສະໝັກ ແລະ ສົ່ງມັນໄປແລ້ວ.
ໂຄງການການສຶກສາໄດ້ຮັບການອະນຸມັດສຳລັບ PEF ແນວໃດ?
ເພື່ອຮັບປະກັນດີຂຶ້ນວ່າໂຄງການຈະນຳພາທ່ານໄປສູ່ການເພິ່ງພາຕົນເອງທາງດ້ານການເງິນ, ແຕ່ລະໂຄງການຕ້ອງ:
- ຈັດຫາທັກສະທີ່ເປັນທີ່ຕ້ອງການໃນທ້ອງຖິ່ນ.
- ມີປະຫວັດຂອງຜູ້ທີ່ຈົບການສຶກສາທີ່ມີຄວາມສຳເລັດທາງດ້ານການເງິນ.
- ມີສັກກະຍະພາບໃນການເຮັດວຽກ ແລະ ມີລາຍໄດ້.
- ສະໜັບສະໜູນການຊຳລະຄືນເງິນທຶນ PEF ທີ່ກູ້ຢືມມາໄດ້ໃນຈຳນວນທີ່ເໝາະສົມ.
ຖ້າໂຄງການ ຫລື ໂຮງຮຽນທີ່ທ່ານສົນໃຈບໍ່ຢູ່ໃນບັນຊີລາຍຊື່ທີ່ໄດ້ຮັບການອະນຸມັດ, ທ່ານສາມາດຮ້ອງຂໍໃຫ້ມີການທົບທວນຄືນເພື່ອຂໍອະນຸມັດຜ່ານທາງຜູ້ຈັດການສະຫວັດດີການ ແລະ ການເພິ່ງຕົນເອງຂອງທ່ານ. ກະລຸນາຈື່ໄວ້ວ່າບໍ່ແມ່ນທຸກໂຄງການ ຫລື ໂຮງຮຽນທັງໝົດຈະໄດ້ຮັບການອະນຸມັດ.
ຂ້ອຍຈະເລືອກໂຄງການການສຶກສາໄດ້ແນວໃດ?
ເມື່ອເລືອກໂຄງການການສຶກສາ, ທ່ານຈະຕ້ອງພິຈາລະນາປັດໃຈຕ່າງໆເຊັ່ນ ການເງິນ, ຕະຫລາດວຽກງານ, ແລະ ທາງເລືອກໃນການຝຶກອົບຮົມ. ການສຶກສາເພື່ອວຽກທີ່ດີກວ່າ ຫລັກສູດທົບທວນຫົວຂໍ້ເຫລົ່ານີ້ ແລະ ກ່າວເຖິງຫລັກການສຳລັບການເລືອກໂຄງການໂດຍສະເພາະ. ທ່ານຄວນພິຈາລະນາຄຸນນະພາບຂອງໂຮງຮຽນ ຫລື ໂຄງການຝຶກອົບຮົມ, ຄວາມສາມາດຂອງທ່ານໃນການຖືກຍອມຮັບ ແລະ ສຳເລັດການສຶກສາ, ພ້ອມທັງຄ່າໃຊ້ຈ່າຍ ແລະ ມູນຄ່າ.
ຈື່ຈຳແນວຄິດເລື່ອງຄວາມດີ, ດີກວ່າ, ແລະ ດີທີ່ສຸດ. ໂຄງການທີ່ມີຊື່ສຽງທີ່ສຸດຈະບໍ່ແມ່ນທາງເລືອກທີ່ດີທີ່ສຸດສະເໝີໄປເມື່ອພິຈາລະນາເຖິງສະພາບການຂອງທ່ານ. ເພື່ອຕັດສິນໃຈທີ່ດີທີ່ສຸດ, ທ່ານຄວນຖາມຕົວເອງດ້ວຍຄຳຖາມເຊັ່ນ:
- ຂ້ອຍມີທັກສະຫຍັງແດ່ຢູ່ແລ້ວ?
- ຂ້ອຍສົນໃຈວຽກປະເພດໃດ?
- ວຽກປະເພດໃດທີ່ຂ້ອຍເຂົ້າໃຈງ່າຍ?
- ຂ້ອຍຕ້ອງການວຽກທີ່ດີກວ່າ ແລະ ຄ່າຈ້າງທີ່ດີກວ່າດຽວນີ້ບໍ?
- ຂ້ອຍຕ້ອງການໃຊ້ການຝຶກອົບຮົມດ້ານການສຶກສາຂອງຂ້ອຍແນວໃດ? ຍົກຕົວຢ່າງ, ຂ້ອຍຢາກເລີ່ມຕົ້ນທຸລະກິດ ຫລື ຂ້ອຍຢາກເຮັດວຽກໃຫ້ຄົນອື່ນຫລາຍກວ່າ?
- ວຽກໃດແດ່ທີ່ຈະຊ່ວຍໃຫ້ຂ້ອຍສາມາດນໍາໃຊ້ທັກສະທີ່ຂ້ອຍມີ ຫລື ຕ້ອງການຮຽນຮູ້?
- ໂຄງການການສຶກສາໃດທີ່ໄດ້ຮັບການອະນຸມັດທີ່ກົງກັບທັກສະ ແລະ ຄວາມສົນໃຈຂອງຂ້ອຍ?
- ຕ້ອງມີເງິນເດືອນເພີ່ມຂຶ້ນເທົ່າໃດເພື່ອໃຫ້ສາມາດເພິ່ງຕົນເອງໄດ້?
- ມັນເປັນໄປໄດ້ບໍທີ່ຈະບັນລຸການເພິ່ງຕົນເອງໂດຍການສຳເລັດໂຄງການດ້ານວິຊາການ ຫລື ວິຊາຊີບທີ່ສັ້ນກວ່າ?
ຂ້ອຍຈະສະໝັກຂໍທຶນການສຶກສາ PEF ໄດ້ແນວໃດ?
ຂັ້ນຕອນທີ 1: ຢືນຢັນວ່າທ່ານມີຄຸນສົມບັດສຳລັບທຶນການສຶກສາ PEF.
ຂັ້ນຕອນທີ 2: ປະກອບ ແລະ ສົ່ງ ແບບຟອມສະໝັກຂໍທຶນການສຶກສາ PEF ທີ່ນີ້.
- WSRM ຂອງທ່ານຈະທົບທວນໃບສະໝັກຂອງທ່ານ ແລະ ຕິດຕໍ່ຫາທ່ານຜ່ານຂໍ້ມູນຕິດຕໍ່ທີ່ໃຫ້ໄວ້ໃນໃບສະໝັກນີ້.
ຂັ້ນຕອນທີ 3: ໄດ້ຮັບການຮັບຮອງ PEF ຈາກອະທິການ ຫລື ປະທານສາຂາຂອງທ່ານ.
ຂັ້ນຕອນທີ 4: ສຳເລັດ ໜຶ່ງ ຫລັກສູດຕໍ່ໄປນີ້ (ຕິດຕໍ່ອະທິການ ຫລື ປະທານສາຂາຂອງທ່ານເພື່ອລົງທະບຽນ):
- ການສຶກສາເພື່ອວຽກງານທີ່ດີກວ່າ
- ການເລີ່ມຕົ້ນ ແລະ ການຂະຫຍາຍທຸລະກິດ
- ຊອກຫາວຽກທີ່ດີກວ່າ
- ການເງິນສ່ວນຕົວ
- Life Skills Pathway Connect 101 (ພາສາອັງກິດເທົ່ານັ້ນ)
ຂັ້ນຕອນທີ 5: ຮວບຮວມ ແລະ ສົ່ງເອກະສານທີ່ເຊັນຊື່ແລ້ວຄືນໃຫ້ກັບ WSRM ຂອງທ່ານ
ຂັ້ນຕອນທີ 6: ໃບສະໝັກຂອງທ່ານຈະໄດ້ຮັບການດຳເນີນການກວດສອບ ແລະ ອະນຸມັດ
ສະໝັກດຽວນີ້
ແບບຟອມສະໝັກ